ເມືອງຫຼາຈັດກອງປະຊຸມສະຫຼຸບວຽກງານກວດກາ 5 ປີ (2021-2025) ແລະ ວາງທິດທາງແຜນການ 5 ປີຕໍ່ໜ້າ
ໃນວັນທີ 18 ພະຈິກ 2026 ນີ້, ອົງການກວດກາພັກ-ລັດເມືອງຫຼາ ແຂວງອຸດົມໄຊ ໄດ້ຈັດກອງປະຊຸມສະຫຼຸບວຽກງານກວດກາທົ່ວເມືອງ 5 ປີ (2021-2025) ຕິດພັນກັບການເຜີຍແຜ່ເນື້ອໃນກອງປະຊຸມວຽກງານກວດກາທົ່ວແຂວງ 5 ປີ ຢູ່ທີ່ສະໂມສອນຂອງເມືອງ. ໂດຍມີ ສະຫາຍ ສອນສຸວັນ ປັນຍາວົງ ກຳມະການພັກແຂວງ, ເລຂາຄະນະບໍລິຫານງານພັກເມືອງ ເປັນປະທານ, ເຂົ້າຮ່ວມມີບັນດາສະຫາຍຮອງເລຂາພັກເມືອງ, ກຳມະການປະຈຳພັກ, ກຳມະການພັກເມືອງ, ຫົວໜ້າ-ຮອງຫົວໜ້າຫ້ອງການ, ອະດີດພະນັກງານນຳພາ, ຄະນະພັກ-ຄະນະກວດກາຂອງສອງກອງບັນຊາການ ປກຊ-ປກສ ແລະ ...