ໃນລະຫວ່າງວັນທີ 8-9 ທັນວາ 2020 ຜ່ານມາ ຄະນະໂຄສະນາອົບຮົມແຂວງ ສົມທົບກັບຄະນະໂຄສະນາອົບຮົມເມືອງຫຼາ ໄດ້ເປີດຊຸດອົບຮົມຄວາມຮູ້ພື້ນຖານ ການເມືອງ-ການປົກຄອງ ແລະ ການສ້າງບ້ານພັດທະນາ ຢູ່ຈຸດສຸມ ອາໂນ ເມືອງຫຼາ ແຂວງອຸດົມໄຊ ຢ່າງເປັນທາງການ. ພາຍໃຕ້ການເປັນປະທານ ຂອງສະຫາຍ ວິໄລພອນ ຄໍາມະນີ ຮອງເລຂາພັກເມືອງ, ເຊິ່ງມີວິທະຍາກອນຂັ້ນແຂວງ, ຂັ້ນເມືອງ, ເຂົ້າຮ່ວມຝຶກອົບຮົມຄັ້ງນີ້ມີຄະນະພັກເຂດ, ຄະນະພັກບ້ານ, ພະນັກງານຊ່ວຍວຽກຂັ້ນບ້ານ ແລະ ບັນດາອົງການຈັດບ້ານເຂົ້າຮ່ວມ 40 ສະຫາຍ, ຍິງ 7 ສະຫາຍ.
ໃນຕອນຄໍ່າຂອງວັນທີ 7-8 ທັນວາ 2020 ນີ້ກອງໂຄສະນາເຄື່ອນທີ່ ຄະນະໂຄສະນາອົບຮົມແຂວງ ສົມທົບ ຄະນະໂຄສະນາອົບຮົມເມືອງຫຼາ ໄດ້ລົງເຄື່ອນໄຫວ ສາຍມູນເຊື້ອ 2 ວັນປະຫວັດສາດຄື: ວັນຊາດທີ 2 ທັນວາ ຄົບຮອບ 45 ປີ ແລະ ວັນຄ້າຍວັນເກີດ ຂອງປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ ຢູບ້ານ ອາໂນ ແລະ ໂຮງຮຽນ ມ.ສ ອາໂນ ເມືອງຫຼາ ແຂວງອຸດົມໄຊ. ເຊິ່ງມີອໍານວຍການໂຮງຮຽນ, ເລຂາພັກບ້ານ, ນາຍບ້ານ, ນັກຮຽນຮູ້ປັນຍາຊົນ ແລະ ປະຊາຊົນບັນເຜົ່າເຂົ້າຮ່ວມຮັບຊົມທັງໝົດ 360 ຄົນ, ຍິງ 166 ຄົນ.
ໃນຕອນບາຍຂອງວັນທີ 20 ພະຈິກ 2020 ສະຫະພັນແມ່ຍິງໜ່ວຍ ຄະນະໂຄສະນາອົບແຂວງໄດ້ເປີດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດບັ້ນຂໍ້ແຂ່ງຂັນ 3 ດີ ປີ 2020 ຂຶ້ນທີ່ຫ້ອງປະຊຸມຄະນະໂຄສະນາອົບຮົມແຂວງ ຢ່າງເປັນທາງການ. ພາຍໃຕ້ການເປັນປະທານ ຂອງທ່ານ ນ. ສາຍສະ ໝອນ ຈິດດາວົງ ຫົວໜ້າສະຫະພັນແມ່ຍິງໜ່ວຍ ຄະນະໂຄສະນາອົບຮົມແຂວງ ເປັນກຽດເຂົ້້າຮ່ວມໂດຍ ທ່ານ ນາງ ບົວທອງ ວັນນະລາດ ຮອງປະທານສະຫະພັນແມ່ຍິງແຂວງ, ເຊິ່ງມີຄະນະພັກ, ຄະນະບໍລິຫານງານສະຫະພັນແມ່ຍິງ, ບັນດາແຂກເຊີນໜ່ວຍອ້ອມຂ້າງ ແລະ ສະມາຊິກແມ່ຍິງ ເຂົ້າຮ່ວມທັງໝົດ 13 ສະຫາຍ.
ໃນຕອນເຊົ້າຂອງວັນທີ 20 ພະຈິກ 2020 ກໍາມະບານຮາກຖານຄະນະໂຄສະນາອົບຮົມແຂວງ ຈັດຕັ້ງພິທີສະຫຼຸບຂໍ້ແຂ່ງຂັນ 5 ເປັນເຈົ້າປະຈໍາປີ 2020 ຢ່າງເປັນທາງການ ທີ່ຫ້ອງປະຊຸມຄະນະໂຄສະນາອົບຮົມແຂວງ. ພາຍໃຕ້ການເປັນປະທານຂອງ ສະຫາຍ ສາຍດໍາ ໃຈຫຼ້າ ປະທານກໍາມະບານຮາກຖານຄະນະໂຄສະນາອົບຮົມແຂວງ, ເປັນກຽດເຂົ້າຮ່ວມໂດຍ ສະຫາຍ ນ. ທຸມມາ ປັນຍາສິດ ຮອງປະທານສະຫະພັນກຳມະບານແຂວງ, ມີຄະນະພັກ, ຄະນະໂຄສະນາອົບຮົມແຂວງ, ບັນດາແຂກເຊີນທີ່ມາຈາກຮາກຖານກໍາມະບານອ້ອມຂ້າງ ແລະ ສະມາຊິກກໍາມະບານພາຍໃນຮາກຖານຄະນະໂຄສະນາອົບຮົມແຂວງ ເຂົ້າຮ່ວມທັງໝົດ 21 ສະຫາຍ, ຍິງ 7 ສະຫາຍ.
ໃນຕອນເຊົ້າຂອງວັນທີ 6 ພະຈິກ 2020 ຄະນະໂຄສະນາອົບຮົມແຂວງ ໄດ້ຈັດກອງປະຊຸມ ສ້າງແຜນກໍານົດພະນັກງານນໍາພາ-ຄຸ້ມຄອງ ປີ 2021-2025 ຂອງຄະນະໂຄສະນາອົບຮົມແຂວງ ຢ່າງເປັນທາງການ ທີ່ຫ້ອງປະຊຸມຄະນະໂຄສະນາອົບຮົມແຂວງ. ພາຍໃຕ້ການເປັນປະທານ ທ່ານ ມໍ ຊົງ ກໍາມະການປະຈໍາພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ. ເປັນກຽດເຂົ້າຮ່ວມໂດຍ ທ່ານ ນ. ລີຈັນ ສີສຸທໍາ ຮອງຫົວໜ້າຄະນະຈັດຕັ້ງແຂວງ, ເຊິ່ງມີຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ແລະ ພະນັກງານຫຼັກແຫຼ່ງພາຍໃນ ເຂົ້າຮ່ວມທັງຫມົດ 19 ສະຫາຍ, ຍິງ 6 ສະຫາຍ.
ຫນ່ວຍກູ້ໄພ: 1624
ມີ 2 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 10 |
![]() | ມື້ວານນີ້ | 31 |
![]() | ອາທິດນີ້ | 4 |
![]() | ເດືອນນີ້ | 694 |
![]() | ທັງໝົດ | 90558 |