ວັນທີ 14 ກັນຍາ 2018 ຜ່ານມາ, ຄະນະໂຄສະນາອົບຮົມອົບຮົມແຂວງ ອຸດົມໄຊ ໄດຈັດຕັ້ງເຊື່ອມຊຶມມະຕິກອງປະຊຸມ ຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 6 ສະໄໝທີ x ຂອງພັກ ແລະ ຜ່ານບົດສະ ຫຼຸບວຽກງານໂຄສະນາອົບຮົມ ປະຈໍາ 6 ເດືອນຕົ້ນປີ ຂຶ້ນຢ່າງເປັນທາງການ ທີ່ຫ້ອງປະຊຸມຄະນະໂຄສະນາອົບ ຮົມແຂວງ. ໃຫ້ກຽດເຂົ້າຮ່ວມ ແລະ ເຜີຍແຜ່ໂດຍ ທ່ານ ນ. ຈັນສະໝອນ ທິບພະຫົງ ກໍາມະການພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີຄະນະພັກ, ຫົວໜ້າຂະແໜງ -ຮອງຂະແໜງ ແລະ ພະນັກງານວິຊາການພາຍໃນຄະນະໂຄສະນາອົບຮົມແຂວງ ເຂົ້າຮ່ວມທັງໝົດ 20 ສະຫາຍ. ຍິງ 8 ສະຫາຍ
ໃນພິທີ ທ່ານ ນ. ຈັນສະໝອນ ທິບພະຫົງ ໄດ້ຍົກໃຫ້ເຫັນເນື້ອໃນຈິດໃຈມະຕິກອງປະຊຸມຄົບຄະນະບໍລິຫານງານສູນ ກາງພັກຄັ້ງທີ 6 ສະໄໝທີ x ຂອງພັກ ຄັ້ງນີ້ ພ້ອມທັງຕີລາຄາຄືນການຈັດຕັ້ງປະຕິບັດຕາມມະຕິກອງປະຊຸມ ຄົບຄະນະ ບໍລິຫານງານສູນກາງພັກ ຄັ້ງທີ 5 ສະໄໝທີ x, ຜົນການຈັດຕັ້ງປະຕິບັດມະຕິ x ຂອງພັກໃນໄລຍະ 2 ປີກ່ວາຜ່ານມາ ແລະ ມະຕິຂອງຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ວ່າດ້ວຍ ການຍົກສູງປະສິດທິພາບການຄຸ້ມຄອງລັດ, ຄຸ້ມຄອງສັງຄົມດ້ວຍກົດໝາຍ. ນອກນັ້ນຍັງໄດ້ວາງທິດທາງ ແລະ ໜ້າທີ່ຈຸດສຸມໃນການສືບຕໍ່ຈັດຕັ້ງປະຕິບັດມະຕິ x ໃນຊຸມ ປີຕໍ່ໜ້າ. ໂດຍສະເພາແມ່ນບາງໜ້າທີ່ຈຸດສຸມແຕ່ນີ້ເຖິງກອງປະຊຸມສູນກາງຄັ້ງທີ 7 ສະໄໝທີ x ແລະ ຜັນຂະຫຍາຍ ຈັດຕັ້ງປະ ຕິບັດມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງຄັ້ງທີ 6 ສະໄໝທີ x ໃຫ້ບັນລຸຜົນ. ນອກຈາກນັ້ນກອງປະຊຸມຍັງໄດ້ສະ ຫຼຸບຕີລາຄາຄືນແຜນການເຄື່ອນໄຫວວຽກງານໂຄສະນາປະຈໍາ 6 ເດືອນຕົ້ນປີຜ່ານມາ ເຊິ່ງສາມາດຍາດໄດ້ຜົນງານໃນຫຼາຍ ດ້ານເຊັ່ນ: ເປັນເຈົ້າການສຶກສາອົບຮົມການເມືອງ-ແນວຄິດ, ຜັນຂະຫຍາຍບັນດາມະຕິ, ຄໍາສັ່ງ, ມູນເຊື້ອ ຂອງຊາດ-ຂອງພັກ, ເຫດການທີ່ພົ້ນເດັ່ນທັງພາຍໃນ ແລະ ຕ່າງປະເທດລົງສູ່ຮາກຖານປະຊາຊົນບັນດາເຜົ່າ. ພ້ອມທັງສຶກສາອົບຮົມ ບັນດາເປົ້າ ໝາຍ, ອົບຮົມຄວາມຮູ້ພື້ນຖານການເມືອງ ໃຫ້ສະມາຊິກພັກ, ເລຂາພັກບ້ານ, ສັງລວມເກັບກໍາສະພາບແນວຄິດ-ຫາງສຽງ ສັງຄົມ ເພື່ອສະຫຼຸບລາຍງານໃຫ້ຂັ້ນເທິງຢ່າງທັນການ ແລະ ໄດ້ວາງທິດທາງຄາດໝາຍສູ້ຊົນໃນ 6 ເດືອນທ້າຍປີ 2018.
ໂອກາດັ່ງກ່າວ ທ່ານ ຍັງໄດ້ມີຄໍາເຫັນໂອ້ລົມ ແລະ ເໜັ້ນໜັກບາງບັນຫາ, ພ້ອມທັງຮຽກຮ້ອງມາຍັງພະນັກພາຍ ໃນຄະນະໂຄສະນາອົບຮົມແຂວງ ໃຫ້ເອົາໃຈໃສ່ ຝຶກຝົນຫຼໍ່ຫຼອມທາງດ້ານຄຸນທາດການເມືອງຄຸນສົມບັດສິນທໍາປະຕິວັດໃຫ້ ກາຍເປັນພະນັກງານດີເດັ່ນ ແລະ ມີຄວາມຮັບຜິດຊອບສູງຕໍ່ໜ້າທີ່ ທີ່ໄດ້ຮັບມອບໝາຍ ຈາກຄະນະພັກ, ກໍຄືຂັ້ນເທິງຢ່າງ ເປັນເຈົ້າການ.
![]() | ມື້ນີ້ | 71 |
![]() | ມື້ວານນີ້ | 129 |
![]() | ອາທິດນີ້ | 309 |
![]() | ເດືອນນີ້ | 2514 |
![]() | ທັງໝົດ | 132519 |
ຫນ່ວຍກູ້ໄພ: 1624
ມີ 33 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌