ໃນລະຫວ່າງວັນທີ 12-17 ພະຈິກ 2018 ຜ່ານມາຄະນະໂຄສະນາອົບຮົມສູນກາງພັກ ສົມທົບກັບຄະນະໂຄສະນາອົບຮົມແຂວງອຸດົມໄຊເປີດຊຸດຝຶກອົບຮົມວຽກງານວິຊາການໂຄສະນາອົບຮົມ 7 ແຂວງພາກເໜືອ ທີ່ແຂວງອຸດົມໄຊຢ່າງເປັນທາງ ການທີ່ສະໂມສອນໃຫຍ່ຂອງແຂວງ. ພາຍໃຕ້ການເປັນປະທານຂອງ ທ່ານ ສີປະເສີດ ແສນສະຫວັດ ຄະນະພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ.ໃຫ້ກຽດເຂົ້າຮ່ວມມີ ທ່ານ ນ. ຈັນສະໝອນ ທິບພະຫົງ ກໍາມະການປະຈໍາພັກແຂວງ, ຫົວ ໜ້າຄະນະໂຄສະນາອົບຮົມແຂວງ, ມີຄະນະຮັບຜິດຊອບຈາກສູນກາງ, ແຂວງອຸດົມໄຊ ແລະ ມີສໍາມະນາກອນຈາກບັນດາ 7 ແຂວງພາກເໜືອເຂົ້າຮ່ວມ.
ໃນຊຸດຝຶກອົບຮົມໃນຄັ້ງນີ້ ມີພະນັກງານຄະນະໂຄສະນາອົບຮົມ ມາຈາກ 7 ແຂວງພາກເໜືອເຂົ້າຮ່ວມຄື: ແຂວງໄຊຍະບູລີ, ຫຼວງນໍ້າທາ, ຫົວພັນ, ຜົ້ງສາລີ, ຫຼວງພະບາງ, ບໍແກ້ວ ແລະ ອຸດົມໄຊ ເຂົ້າຮ່ວມ. ຈຸດປະສົງເພື່ອແນໃສ່ປັບປຸງຍົກສູງຄຸນນະພາບຂອງວຽກງານໂຄສະນາອົບຮົມໃນໄລຍະໃໝ່ຂອງພັກ ແລະ ເປັນການກໍ່ສ້າງບໍາລຸງຍົກລະດັບທິດສະດີ, ແນວທາງ ແລະ ວິຊາສະເພາະໃຫ້ຖັນແຖວພະນັກງານໂຄສະນາອົບຮົມ ໃຫ້ມີຄຸນນະພາບສາມາດຕອບສະໜອງຄວາມຮຽກຮ້ອງຕ້ອງ ການຂອງວຽກງານການເມືອງ-ແນວຄິດໃນໄລຍະໃໝ່. ເນື້ອໃນເອກະສານທີ່ນໍາມາຝຶກອົບຮົມປະກອບມີ 4 ພາກ, 14 ບົດ ເຊິ່ງເນັ້ນໃສ່ສ້າງຄວາມຮູ້, ທັກສະ, ວາທະສິນໃນການໂຄສະນາ-ປາຖະກະຖາ ໃຫ້ແກ່ພະນັກງານທີ່ເຮັດວຽກງານແນວຄິດ ກໍ່ຄືພະນັກງານໂຄສະນາອົບຮົມ ດ້ວຍຮູບການສົນທະນາແລກປ່ຽນບົດຮຽນສົມທົບກັນລະຫວ່າງທິດສະດີ ແລະ ພຶດຕິກຳຕົວຈິງ, ຝຶກໃນການຂຽນເອກະສານ ໂດຍສະເພາະແມ່ນຂຽນບົດປາຖະກະຖາ ແລະ ມີການຂຶ້ນທົດລອງປະຕິບັດຕົວຈິງໃນການໂຄສະນາປາຖະກະຖາ ແນໃສ່ໃຫ້ພະນັກງານທີ່ເຮັດວຽກງານແນວຄິດມີຄວາມຮູ້, ມີຄວາມຊຳນານດ້ານວິຊາການສາມາດຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງຂອງພັກ ແລະ ເພີ່ມກຳລັງແຮງສູ້ຮົບໃຫ້ແກ່ວຽກງານແນວຄິດໃຫ້ນັບມື້ນັບເຂັ້ມແຂງຂຶ້ນ ມີສໍາມະນາການເຂົ້າຮ່ວມທັງໝົດ 66 ສະຫາຍ, ຍິງ 19 ສະຫາຍ.
ໃນບັ້ນທ້າຍຂອງຊຸດຝຶກອົບຮົມຄັ້ງນີ້ ທ່ານ ສີປະເສີດ ແສນສະຫວັດ ຄະນະພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ໄດ້ໂອ້ລົມ ແລະ ຮຽກຮ້ອງມາຍັງສຳມະນາກອນກໍຄື ພະນັກງານໂຄສະນາອົບຮົມ ຈົ່ງນໍາເອົາບັນດາບົດຮຽນ, ທິດສະດີພື້ນຖານກ່ຽວກັບວຽກງານໂຄສະນາອົບຮົມ ໄປໝູນໃຊ້ຢູ່ທ້ອງຖິ່ນ ແລະ ຮາກຖານຂອງຕົນຢ່າງປະດິດສ້າງ ເພື່ອຮັບປະກັນວຽກງານການເມືອງ-ແນວຄິດ ລົງສູ່ຮາກຖານ ເພີ່ມທະວີການສຶກສາອົບຮົມແນວຄິດ ໃຫ້ປະຊາຊົນບັນດາເຜົ່າ ເປັນຕົ້ນແມ່ນນໍາເອົາແນວທາງນະໂຍບາຍຂອງພັກ, ມະຕິ, ຄໍາສັ່ງ ແລະ ກົດໝາຍ ລົງສູ່ຮາກຖານບ້ານ. ທັງເປັນການເພີ່ມທະວີກໍາລັງແຮງສູ້ຮົບຢ່າງແຂງແຮງ ເຂົ້າໃນວຽກງານການເມືອງ-ແນວຄິດຂອງພັກໃນໄລຍະໃໝ່. ຊຸດອົບຮົມດັ່ງກ່າວໃຊ້ແມ່ນໃຊ້ເວເວລາ 6 ວັນຈຶ່ງສໍາເລັດລົງ.
![]() | ມື້ນີ້ | 24 |
![]() | ມື້ວານນີ້ | 144 |
![]() | ອາທິດນີ້ | 662 |
![]() | ເດືອນນີ້ | 382 |
![]() | ທັງໝົດ | 180888 |
ຫນ່ວຍກູ້ໄພ: 1624
ມີ 4 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌