- ລາຍລະອຽດ
-
ສ້າງຂື້ນເມື່ອ ວັນອັງຄານ, 26 ກໍລະກົດ 2022 08:25
-
ຂຽນໂດຍ ພູວັນ ອ່ອນພະຈັນ

ຕອນຄໍ່າຂອງວັນທີ 5-7 ກໍລະກົດ 2022 ຄະນະໂຄສະນາອົບຮົມແຂວງ ລົງໂຄສະນາເຄື່ອນທີ່ຢູ່ ບ້ານ ກີ່ວເຮ່ຍ, ບ້ານໃໝ່ ແລະ ບ້ານ ຈອມຈັງ ເມືອງໄຊ. ນໍາພາທິມງານໂດຍ ທ່ານ ສາຍດໍາ ໃຈຫຼ້າ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ເຂົ້າຮ່ວມມີທ່ານ ເລຂາພັກບ້ານ, ນາຍບ້ານ, ຄະນະບ້ານ, ພະນັກງານຊ່ວຍວຽກຂັ້ນບ້ານ ແລະ ພໍແມ່ປະຊາຊົນບັນດາເຜົ່າເຂົ້າຮ່ວມ 354 ຄົນ, ຍິງ 220 ຄົນ.
ການລົງໂຄສະນາເຄື່ອນທີ່ໃນຄັ້ງນີ້ທ່ານ ສາຍດໍາ ໃຈຫຼ້າ ຍັງໄດ້ໂອລົມກັບພໍ່ແມ່ນປະຊາຊົນບັນດາເຜົ່າກ່ຽວກັບການກະກຽມການສະເຫີມສະຫຼອງ ວັນສ້າງຕັ້ງແຂວງອຸດົມໄຊ ຄົບຮອບ 60 ປີ, ວັນສ້າງຕັ້ງກໍາລັງປ້ອງກັນຄວາມສະຫງົບແຂວງ ຄົບຮອບ 60 ປີ ແລະ ວັນເຊັນຊົນທິສັນຍາມິດຕະພາບ ແລະ ການຮ່ວມມືລາວ-ຫວຽດນາມ ຄົບຮອບ 45 ປີ, ວັນສ້າງຕັ້ງສາຍພົວພັນການທູດລາວ-ຫວຽດນາມ ຄົບຮອບ 60 ປີ, ພ້ອມນັ້ນທ່ານຍັງເນັ້ນໃຫ້ພໍ່ແມ່ປະຊາຊົນເອົາໃຈໃສ່ໃນການອະນາໄມເຮືອນຊານບ້ານຊ່ອງຂອງໃຜລາວ, ຕິດທຸງຊາດ-ທຸງພັກຕາມເສັ້ນທາງເຂດຄວາມຮັບຜິດຊອບຂອງບ້ານ ແລະ ເຊີນຊວນພໍ່ແມ່ພີນ້ອງເຂົ້າຮ່ວມງານຕະຫຼາດນັດ, ການວ່າງສະແດງສິນຄ້າ, ການປະກວດນັກຮ້ອງສຽງດີ, ຊົມສີລະປະວັນນະຄະດີ, ຊົມການແຂ່ງຂັນກິລາທຸກປະເພດ ແລະ ໃຫ້ເອົາໃຈໃສ່ປ້ອງກັນເວນຍາມໃຫ້ມີຄວາມສະຫງົບສຸກພາຍໃນບ້ານ ແລະ ພ້ອມກັນສ້າງຂະບວນການຕ່າງໃຫ້ມີຂະບວຟົດຟື້ນ; ພ້ອມດຽວກັນນັ້ນທິມງານກໍ່ໄດ້ນໍາເອົາສາລະຄະດີ 60 ປີ ແຫ່ງການປົກປັກຮັກສາ ແລະ ສ້າງສາພັດທະນາແຂວງອຸດົມໄຊ ແຕ່ລະໄລຍະ ໃຫ້ພໍ່ແມ່ນປະຊາຊົນທັງສາມບ້ານໄດ້ເບິ່ງໄດ້ຊົມ.