ໃນຕອນເຊົ້າຂອງວັນທີ 20 ກໍລະກົດ 2022 ຢູ່ທີ່ຈຸດສຸມກຸ່ມບ້ານນາຄົກ ເມືອງງາ ໄດ້ເປີດຝຶກອົບຮົມສ້າງຄວາມເຂັ້ມແຂງໃຫ້ຄະນະພັກບ້ານ, ຄະນະບ້ານ ແລະພະນັກງານຊ່ວຍວຽກຂັ້ນບ້ານ ໂດຍການເປັນປະທານຂອງທ່ານ ນາງ ແກ້ວໄຊ ມະນີວົງ ຮອງເລຂາໜ່ວຍພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີຄະນະຮັບຜິດຊອບຂັ້ນແຂວງ: ຄະນະຈັດຕັ້ງແຂວງ, ພະແນກພາຍໃນ, ຫ້ອງວ່າການແຂວງ ແລະໂຮງຮຽນການເມືອງ-ການປົກຄອງແຂວງ, ຄະນະຮັບຜິດຊອບຂັ້ນເມືອງ, ຄະນະພັກບ້ານ, ຄະນະບ້ານ ແລະພະນັກງານຊ່ວຍວຽກຂັ້ນບ້ານເຂົ້າຮ່ວມ ທັງໝົດ 44 ຄົນ, ຍິງ 07 ຄົນ.
ເອກະສານທີ່ນໍາໄປຝຶກອົບຮົມໃຫ້ຄະນະພັກບ້ານ, ຄະນະບ້ານ ແລະພະນັກງານຊ່ວຍວຽກຂັ້ນບ້ານໃນຄັ້ງນີ້ປະກອບມີ 10 ບົດ: ບົດທີ 1 ຊາດລາວ, ຄົນລາວ ແລະມູນເຊື້ອອັນສະຫງ່າລາສີຂອງປະຊາຊົນລາວ; ບົດທີ 2 ລະບົບການເມືອງ ແລະການປົກຄອງໃນ ສປປ ລາວ; ບົດທີ 3 ຍົກສູງຄວາມສາມາດນໍາພາຂອງຄະນະພັກບ້ານ, ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ; ບົດທີ 4 ຍົກສູງຄຸນນະພາບສະມາຊິກພັກ ແລະວຽກງານຂະຫຍາຍພັກໃນໄລຍະໃໝ່; ບົດທີ 5 ຂໍ້ຕົກລົງ ຂອງກະຊວງພາຍໃນວ່າດ້ວຍການຈັດຕັ້ງ ແລະການເຄື່ອນໄຫວຂອງອົງການປົກຄອງບ້ານ; ບົດທີ 6 ການສ້າງກົດລະບຽບຄຸ້ມຄອງບ້ານ; ບົດທີ 7 ມາດຖານບ້ານໜັກແໜ້ນ, ເຂັ້ມແຂງ; ບົດທີ 8 ສ້າງຄວາມສາມັກຄີຢູ່ພາຍໃນບ້ານໃຫ້ໜັກແໜ້ນ; ບົດທີ 9 ການສ້າງບ້ານພັດທະນາ, ການສ້າງບົດສະຫຼຸບ, ບົດລາຍງານການເຄື່ອນໄຫວຂອງບ້ານ ແລະບົດທີ 10 ການແກ້ໄຂຄວາມທຸກຍາກດ້ວຍການຜະລິດເປັນສິນຄ້າ. ເພື່ອເຮັດໃຫ້ຄະນະພັກບ້ານ, ຄະນະບ້ານ ແລະພະນັກງານຊ່ວຍວຽກຂັ້ນບ້ານມີຄວາມເຂົ້າໃຈຕໍ່ແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດໃນແຕ່ລະໄລຍະ ແລະເປັນການສຶກສາອົບຮົມການເມືອງ-ແນວຄິດໃຫ້ອົງການປົກຄອງບ້ານມີຄວາມເຂົ້າໃຈເປັນເອກະພາບກັບແນວທາງນະໂຍບາຍຂອງພັກໃນແຕ່ລະໄລຍະ, ເພີ່ມທະວີຄວາມຈົ່ງຮັກພັກດີຕໍ່ປະເທດຊາດ, ແບບແຜນວິທີເຮັດວຽກພາຍໃນບ້ານໃຫ້ມີຄວາມເຂັ້ມແຂງ, ສ້າງຄວາມສາມັກຄີໃຫ້ໜັກແໜ້ນ ສາມາດນໍາເອົາບົດຮຽນໄປຈັດຕັ້ງຜັນຂະຫຍາຍໃຫ້ການເປັນແຜນການ, ແຜນງານ ແລະໂຄງການອັນລະອຽດ ເຮັດໃຫ້ການບໍລິຫານຂັ້ນບ້ານສາມາດຈັດຕັ້ງປະຕິບັດໜ້າທີ່ວຽກງານມີການຫັນປ່ຽນໃໝ່ ແລະຖືກຕ້ອງຕາມແນວທາງຂອງພັກ-ກົດໝາຍຂອງລັດມີຜົນສໍາເລັດໃນທຸກດ້ານ.
ບັ້ນຝຶກອົບຮົມດັ່ງກ່າວຍັງໄດ້ຮັບການໂອ້ລົມຂອງທ່ານ ວຽງໄຊ ຄໍາພະຈັນ ຮອງເລຂາພັກເມືອງງາ. ທ່ານ ຍັງໄດ້ເນັ້ນໜັກໃຫ້ສໍາມະນາກອນທຸກຄົນຈົ່ງນໍາເອົາເນື້ອໃນຈິດໃຈຂອງການຝຶກອົບຮົມໃນຄັ້ງນີ້ໄປໝູນໃຊ້ເຂົ້າໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານຂອງຕົນ. ສຶກສາອົບຮົມໃຫ້ພໍ່ແມ່ປະຊາຊົນເຂົ້າໃຈຕໍ່ແນວທາງນະໂຍບາຍຂອງພັກ-ລັດ, ສ້າງຄວາມສາມັກຄີໃຫ້ໜັກແໜ້ນພ້ອມກັນສ້າງສາບ້ານຂອງຕົນໃຫ້ກາຍເປັນບ້ານພັດທະນາຮອບດ້ານ ໃຫ້ມີຄວາມຈະເລີນຂຶ້ນເທື່ອລະກ້າວ. ບັ້ນຝຶກອົບຮົມໃນຄັ້ງນີ້ແມ່ນຈະດໍາເນີນເປັນເວລາ 3 ວັນຈິ່ງສໍາເລັດ.
![]() | ມື້ນີ້ | 99 |
![]() | ມື້ວານນີ້ | 64 |
![]() | ອາທິດນີ້ | 264 |
![]() | ເດືອນນີ້ | 2115 |
![]() | ທັງໝົດ | 191133 |
ຫນ່ວຍກູ້ໄພ: 1624
ມີ ໜຶ່ງ ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌